ຂໍ້ກໍານົດໃນການໃຫ້ບໍລິການ

ມີຜົນບັງຄັບໃຊ້ວັນທີ: 13 ມັງກອນ 2026


1) ຄໍາແນະນໍາ ແລະ ການຍອມຮັບຂໍ້ກຳນົດ

ຂໍ້ກຳນົດໃນການໃຫ້ບໍລິການສະບັບນີ້ (“ຂໍ້ກຳນົດ”) ຄວບຄຸມການເຂົ້າເຖິງ ແລະ ນຳໃຊ້ການບໍລິການທີ່ສະໜອງໂດຍບໍລິສັດ ລາວ ດີຊີ ໄອທີ ຈໍາກັດ, ຫຼືເອີ້ນວ່າ ລາວດີຊີ (“ບໍລິສັດ,” “ພວກເຮົາ,” ຫຼື “ຂອງພວກເຮົາ,”). ໃນການບໍລິການປະກອບມີ ການຈົດທະບຽນຊື່ໂດເມນ, ເວັບໂຮດຕິ້ງ, ອີເມວໂຮດຕິ້ງ, one-click WordPress, virtual private servers (VPS), dedicated servers, co-location solutions, ແລະ ຜະລິດຕະພັນອື່ນໆທີ່ກ່ຽວຂ້ອງ (ໂດຍລວມເອີ້ນວ່າ, “ການບໍລິການ”).

ໃນການນຳໃຊ້ ຫຼື ສະໝັກໃຊ້ບໍລິການ, ທ່ານເຫັນດີ ທີ່ຈະປະຕິບັດຕາມຂໍ້ກຳນົດ ແລະ ນະໂຍບາຍໃດໆທີ່ອ້າງອີງໃນທີ່ນີ້. ຖ້າຫາກທ່ານບໍ່ເຫັນດີ, ທ່ານຕ້ອງຢຸດການໃຊ້ບໍລິການທັນທີ.

ພວກເຮົາຂໍສະຫງວນສິດ ໃນການແກ້ໄຂຂໍ້ກຳນົດເຫຼົ່ານີ້ໄດ້ທຸກເວລາ. ຖ້າຫາກມີການປ່ຽນແປງຂໍ້ກຳນົດ, ພວກເຮົາຈະແຈ້ງໃຫ້ທ່ານຮັບຊາບ ໂດຍຜ່ານຊ່ອງທາງທີ່ເໝາະສົມເຊັ່ນ ອີເມວ ຫຼື ການແຈ້ງເຕືອນໃນການບໍລິການ, ຕາມທີ່ກໍານົດໄວ້ໃນກົດຫມາຍຂອງ ສປປ ລາວ. ໃນການສືບຕໍ່ການໃຊ້ບໍລິການ ຫຼັງຈາກທີ່ມີການແກ້ໄຂແລ້ວ ຈະຖືວ່າ ທ່ານຍອມຮັບການດັດແກ້ຂໍ້ກຳນົດດັ່ງກ່າວ.

ທ່ານມີໜ້າທີ່ຮັບຜິດຊອບ ໃນການກວດຄືນຂໍ້ກໍານົດເຫຼົ່ານີ້ເປັນໄລຍະ, ເນື່ອງຈາກ ອາດຈະມີການປ່ຽນແປງ. ທ່ານຄວນກວດໜ້ານີ້ເປັນປະຈໍາ ເພື່ອຮັບປະກັນວ່າທ່ານຄຸ້ນເຄີຍກັບຂໍ້ກຳນົດສະບັບລ່າສຸດ. ຖ້າຫາກທ່ານບໍ່ເຫັນດີກັບການປ່ຽນແປງໃດໆ, ທ່ານຕ້ອງຢຸດໃຊ້ບໍລິການ.


2) ຄຳນິຍາມ

  • Domain: ຊື່ໂດເມນໃດໆ ທີ່ຈົດທະບຽນ ຫຼື ການບໍລິການທີ່ກ່ຽວຂ້ອງ ທີ່ສະໜອງໃຫ້ຜ່ານທາງບໍລິການນີ້.
  • GDG: Global Domain Group LLC, ພັນທະມິດຜູ້ໃຫ້ບໍລິການຈົດທະບຽນໂດເມນຂອງພວກເຮົາ.
  • Reseller Program: ໂປແກຣມຂອງ LaoDC ສໍາລັບຕົວແທນຈໍາຫນ່າຍ ໂດເມນຜ່ານ GDG ແມ່ນນໍາໃຊ້ Dynadot.
  • Dynadot: ແພລດຟອມທີ່ໃຊ້ສຳລັບການຈົດທະບຽນໂດເມນ ແລະ ຄຸ້ມຄອງໂດເມນໃນໂປແກຣມຕົວແທນຈໍາໜ່າຍຂອງພວກເຮົາ.
  • Bank / BCEL: Banque pour le Commerce Exterieur Lao Public, ທະນາຄານທີ່ໃຊ້ໃນການຊໍາລະເງິນ.
  • Payment Methods: ຊ່ອງທາງການຊໍາລະເງິນມີໃຫ້ເລືອກ ໄດ້ແກ່ ການໂອນຊໍາລະຜ່າາທະນາຄານ BCEL, ບັດເຄຣດິດ, OnePay QR, ແລະ WeChat Pay.
  • ICANN: Internet Corporation for Assigned Names and Numbers, ມີໜ້າທີ່ຮັບຜິດຊອບໃນການຄຸ້ມຄອງລະບົບຊື່ໂດເມນ.
  • ລູກຄ້າ / ທ່ານ: ບຸກຄົນ ຫຼື ໜ່ວຍງານທີ່ໃຊ້ບໍລິການຂອງພວກເຮົາ.

3) ພາບລວມຂອງການບໍລິການ

ບໍລິສັດ LaoDC ໃຫ້ບໍລິການດັ່ງຕໍ່ໄປນີ້:

  • ການຈົດທະບຽນ & ການຄຸ້ມຄອງ: ຈົດທະບຽນ, ໂອນ, ຕໍ່ອາຍຸ, and ແລະ ຈັດການໂດເມນຜ່ານ GDG ໂດຍໃຊ້ Dynadot.
  • ເວັບໂຮດຕິ້ງ: ບໍລິການໂຮດຕິ້ງແບບແບ່ງປັນ, VPS, dedicated servers, ແລະ ບໍລິການໂຮດຕິ້ງອື່ນໆ.
  • ອີເມວ ໂຮດຕິ້ງ: ບັນຊີອີເມວ, ກ່ອງຈົດໝາຍ, ການກອງສະແປມ, ການບໍລິການເວັບເມວ.
  • One-Click WordPress: ການຕິດຕັ້ງ ແລະ ການຈັດການ WordPress ທີ່ງ່າຍຂຶ້ນ.
  • VPS & Dedicated Servers: ເຊີບເວີສະເໝືອນ ແລະ ເຊີບເວີແທ້ ພ້ອມຊັບພະຍາກອນທີ່ສາມາດປັບແຕ່ງໄດ້.
  • Co-location Solutions: ພື້ນທີ່ແຣັກ, ພະລັງງານ, ລະບົບລະບາຍຄວາມຮ້ອນ, ແລະ ບໍລິການອື່ນໆທີ່ກ່ຽວຂ້ອງສໍາລັບອຸປະກອນຂອງລູກຄ້າ.

ອາດມີຄຸນສົມບັດ ແລະ ການບໍລິການເພິ່ມເຕີມຕາມທີ່ລະບຸຢູ່ໃນເວັບໄຊ້ ຫຼື ໃບແຈ້ງໜີ້ຂອງພວກເຮົາ.


4) ການສ້າງບັນຊີ ແລະ ຄວາມປອດໄພ

ຂໍ້ນີ້ຄວນລະບຸຫຼັງຈາກພາບຄວາມຂອງການບໍລິການ, ເນື່ອງຈາກ ເປັນການອະທິບາຍວ່າ ຜູ້ໃຊ້ມີປະຕິສໍາພັນກັບລະບົບແນວໃດ.

4.1) ການສ້າງບັນຊີ

ທ່ານຕ້ອງໃຫ້ຂໍ້ມູນທີ່ຖືກຕ້ອງ, ຄົບຖ້ວນ, ແລະ ລ່າສຸດ ເມື່ອລົງທະບຽນ. ທ່ານຕົກລົງ ທີ່ຈະອັບເດດລາຍລະອຽດຂໍ້ມູນຂອງທ່ານ ຫາກມີການປ່ຽນແປງໃດໆເກີດຂຶ້ນ.

4.2) ຄວາມປອດໄພຂອງບັນຊີ

ທ່ານມີໜ້າທີ່ຮັບຜິດຊອບໃນການ ຮັກສາຄວາມປອດໄພຂອງບັນຊີຂອງທ່ານ. ເຊິ່ງລວມມີ:

  • ການໃຊ້ລະຫັດຜ່ານທີ່ເຂັ້ມແຂງ ແລະ ເປັນເອກະລັກ.
  • ເປີດໃຊ້ການກວດສອບສິດແບບສອງຂັ້ນຕອນ (2FA) ຖ້າມີ.
  • ແຈ້ງໃຫ້ພວກເຮົາຮັບຮູ້ທັນທີ ຫາກມີການເຂົ້າເຖິງໂດຍທີ່ບໍ່ໄດ້ຮັບອະນຸຍາດ ຫຼື ມີການລະເມີດຄວາມປອດໄພໃດໆ.

4.3) ຄວາມຮັບຜິດຊອບໃນການສຳຮອງຂໍ້ມູນ

ທ່ານມີໜ້າທີ່ຮັບຜິດຊອບໃນການສໍາຮອງຂໍ້ມູນຂອງທ່ານເປັນປະຈໍາ. ເຖິງແມ່ນວ່າ ພວກເຮົາໄດ້ສໍາຮອງຂໍ້ມູນໂຄງສ້າງພື້ນຖານທີ່ສຳຄັນຢູ່ແລ້ວ, ພວກເຮົາຂໍແນະນໍາ ໃຫ້ທ່ານຊື້ແພັກເກດສຳຮອງເສີມ ເພື່ອຮັບບໍລິການສຳຮອງຂໍ້ມູນເພີ່ມເຕີມ. ຫາກບໍ່ມີແພັກເກດນີ້, ທ່ານຕ້ອງສຳຮອງຂໍ້ມູນຂອງທ່ານເອງ.

4.4) ຄວາມຖືກຕ້ອງຂອງຂໍ້ມູນ

ທ່ານຕ້ອງອັບເດດຂໍ້ມູນບັນຊີຂອງທ່ານໃຫ້ລ່າສຸດຢູ່ສະເໝີ. ຂໍ້ມູນທີ່ບໍ່ຖືກຕ້ອງອາດສົ່ງຜົນໃຫ້ຖືກໃຫ້ການບໍລິການ ຖືກລະງັບ ຫຼື ຍົກເລີກໄດ້.

4.5) ການກວດສອບ ແລະ ການຢືນຢັນຕົວຕົນ (KYC)

ພວດເຮົາອາດຂໍເອກະສານຢືນຢັນຕົວຕົນ ຫຼື ການຢັ້ງຢືນທາງທຸລະກິດ ເພື່ອປະຕິບັດຕາມຂໍ້ກຳນົດທາງກົດໝາຍ.

4.6) ການກວດສອບ & ຄວາມປອດໄພ

ພວກເຮົາອາດກວດສອບບັນຊີຂອງທ່ານ ໃນການສໍ້ໂກງ ຫຼື ກິດຈະກໍາທີ່ໜ້າສົງໄສ. ຖ້າຫາກມີການກວດພົບ, ພວກເຮົາຈະລະງັບ ຫຼື ປິດບັນຊີຂອງທ່ານ.

4.7) ການໃຊ້ງານທີ່ຕ້ອງຫ້າມ

ທ່ານຕົກລົງເຫັນດີທີ່ຈະບໍ່ໃຊ້ບໍລິການຂອງພວກເຮົາ ເພື່ອກິດຈະກໍາທີ່ຜິດກົດໝາຍ, ການສໍ້ໂກງ, ການແຮັກ, ການສະແປມ, ຫຼື ການລະເມີດສິດໃນຊັບສິນທາງປັນຍາຂອງບຸກຄົນອື່ນ.

4.8) ເຫດການທາງດ້ານຄວາມປອດໄພ

ຖ້າຫາກພົບເຫັນການລະເມີດຄວາມປອດໄພໃດໆ ທ່ານຕ້ອງແຈ້ງໃຫ້ພວກເຮົາຮັບຊາບທັນທີ. ພວກເຮົາຈະກວດສອບ ແລະ ດໍາເນີນການຕາມຄວາມເໝາະສົມ.

4.9) ການເກັບຮັກສາຂໍ້ມູນ

ພວກເຮົາເກັບຮັກສາຂໍ້ມູນຂອງທ່ານ ໄວ້ເທົ່າທີ່ຈໍາເປັນສໍາລັບການໃຫ້ບໍລິການ ຫຼື ປະຕິບັດຕາມກົດໝາຍ. ເມື່ອມີການປິດບັນຊີແລ້ວ, ຂໍ້ມູນຂອງທ່ານອາດຖືກລຶບ ຫຼື ບໍ່ເປີດເຜີຍຊື່ ເວັ້ນເສຍແຕ່ມີຄວາມຕ້ອງການທາງດ້ານກົດໝາຍ.


5) ເງື່ອນໄຂ ແລະ ວິທີການຊໍາລະເງິນ

ການຊໍາລະເງິນຄວນປະຕິບັດການ ຫຼັກການການຮັກສາຄສາມປອດໄພ ແລະ ການຄຸ້ມຄອງບັນຊີຢ່າງເປັນລະບົບ. ເຊິ່ງສອດຄ່ອງກັບ ໂຄງສ້າງທາງດ້ານການເງິນ ຂອງການບໍລິການຂອງທ່ານ.

5.1) ວິທີການຊໍາລະເງິນ

ສາມາດຊໍາລະຜ່ານການໂອນເງິນຜ່ານທະນາຄານ BCEL, ບັດເຄຣດິດ, OnePay QR, ແລະ WeChat Pay.

5.2) ການຊື້ບໍລິການໃໝ່ / ໂດເມນ

ໂດເມນ ຫຼື ບໍລິການຕ່າງໆຈະບໍ່ເປີດໃຊ້ງານໄດ້ ຈົນກວ່າການຊໍາລະເງິນສໍາເລັດ.

5.3) ລາຄາ & ພາສີ

ລາຄາສິນຄ້າສະແດງເປັນສະກຸນເງິນ LAK, USD, ຫຼື THB, ແລະ ທ່ານມີໜ້າທີ່ຮັບຜິດຊອບຕໍ່ ພາສີທີ່ກ່ຽວຂ້ອງຕາມກົດໝາຍຂອງ ສປປ ລາວ.

5.4) ການອອກໃບແຈ້ງໜີ້ & ກຳນົດຊໍາລະ

ໃບແຈ້ງໜີ້ຈະອອກເປັນລາຍເດືອນ ຫຼື ຕໍ່ການບໍລິການ, ເຊິ່ງລູກຄ້າຕ້ອງຊໍາລະພາຍໃນ 15 ຫຼື 30 ວັນ, ໂດຍຂຶ້ນກັບແຕ່ລະການບໍລິການ.

5.5) ການຊໍາລະລ່າຊ້າ

ການຊໍາລະບໍ່ທັນເວລາ ອາດສົ່ງຜົນໃຫ້ມີການລະງັບ ຫຼື ຍົກເລີການບໍລິການ. ອາດມີຄ່າທໍານຽມລ່າຊ້າເພີ່ມ ອີງຕາມກົດໝາຍທີ່ນໍາໃຊ້.


6) ນະໂຍບາຍການຄືນເງິນ

6.1) ການຮ້ອງຂໍຄືນເງິນ

ທຸກການຮ້ອງຂໍຄືນເງິນ ຕ້ອງປະຕິບັດຜ່ານລະບົບຊ່ວຍເຫຼືອ (support ticket system) ຂອງພວກເຮົາ. ສິດໃນການຄືນເງິນ ຈະແຕກຕ່າງໄປຕາມແຕ່ລະບໍລິການ.

6.2) ການຈົດທະບຽນໂດເມນ

ໂດຍທົ່ວໄປແລ້ວ ການຈົດທະບຽນໂດເມນແມ່ນບໍ່ສາມາດຂໍເງິນຄືນໄດ້ ພາຍຫຼັງຈົດທະບຽນແລ້ວ, ທັງນີ້ກໍ່ຂຶ້ນກັບນະໂຍບາຍ ແລະ ກົດໝາຍນໍາໃຊ້ຂອງພາກສ່ວນຮັບຈົດທະບຽນ.

6.3) Hosting, VPS, Dedicated Servers, Co-location

ການຄືນເງິນສຳລັບບໍລິການເຫຼົ່ານີ້ ສາມາດເຮັດໄດ້ພາຍໃນໄລຍະຜ່ອນຜັນ ຫຼື ຕາມທີ່ໄດ້ລະບຸໄວ້ໃນຂໍ້ຕົກລົງການບໍລິການ.

6.4) ບໍລິການອື່ນໆ

ການຄືນເງິນສຳລັບບໍລິການເຊັ່ນ like One-Click WordPress ແມ່ນຂຶ້ນກັບເງື່ອນໄຂຂອງແຜນ ຫຼື ຂໍ້ຕົກລົງສະເພາະ.

6.5) ອະນຸມັດເງິນຄືນ

ໂດຍທົ່ວໄປແລ້ວ ການຄືນເງິນຈະດໍາເນີນຜ່ານວິທີການຊໍາລະເງິນເດີມ, ເວັ້ນເສຍແຕ່ວ່າ ໄດ້ລະບຸເປັນຢ່າງອື່ນ. ອາດມີການຫັກຄ່າທຳນຽມການຕິດຕັ້ງ, ຄ່າໃຊ້ຈ່າຍຕາມອັດຕາສ່ວນ ຫຼື ບໍລິການສະເພາະໃດໜຶ່ງ, ຕາມທີ່ກົດໝາຍອະນຸຍາດ.


7) ການຈົດທະບຽນໂດເມນ & ສາຍສຳພັນຂອງຕົວແທນຈໍາໜ່າຍ

ພາກສ່ວນນີ້ກ່ຽວຂ້ອງກັບການຊໍາລະເງິນ, ເຊິ່ງກ່ຽວຂ້ອງໂດຍກົງກັບລາຍລະອຽດສະເພາະຂອງ ການຈົດທະບຽນໂດເມນ ແລະ ສາຍສໍາພັນຂອງຕົວແທນຈໍາໜ່າຍ.

7.1) ບໍລິການໂດເມນ

ໂດເມນຖືກໃຫ້ບໍລິການຜ່ານ GDG ໃນນາມຕົວແທນຈໍາໜ່າຍທີ່ໄດ້ຮັບອະນຸຍາດຈາກ Dynadot. ທ່ານຍິນຍອມທີ່ຈະປະຕິບັດຕາມເງື່ອນໄຂຂໍ້ຕົກລົງຂອງ ຕົວແທນຈໍາໜ່າຍ Dynadot.

7.2) ການຈົດທະບຽນ & ການຕໍ່ອາຍຸ

ການຈົດທະບຽນ, ການໂອນຍ້າຍ, ແລະ ການຕໍ່ອາຍຸ ແມ່ນຂຶ້ນກັບນະໂຍບາຍຂອງ GDG, ກົດລະບຽບຂອງ ICANN, ແລະ ກົດໝາຍທີ່ກ່ຽວຂ້ອງ.


8) ສິດ & ຄວາມຮັບຜິດຊອບຂອງຜູ້ຈົດທະບຽນ ICANN

ທ່ານສາມາດກວດສອບນະໂຍບາຍຂອງ ICANN ໄດ້ທີ່: http://www.icann.org/en/registrars/registrant-rights-responsibilities-en.htm.

ໃນຂະນະຈົດທະບຽນໂດເມນ, ທ່ານຍິນຍອມທີ່ ຈະປະຕິບັດຕາມນະໂຍບາຍຂອງ ICANN, ຂໍ້ຕົກລົງຕົວແທນຈໍາໜ່າຍຂອງ Dynadot, ແລະ ຂໍ້ກຳນົດຂອງ GDG ກ່ຽວກັບຄວາມເປັນສ່ວນຕົວ, ຄວາມຖືກຕ້ອງຂອງຂໍ້ມູນ, ແລະ ພັນທະຂອງບໍລິສັດຈົດທະບຽນ.


9) ນະໂຍບາຍການໃຊ້ງານທີ່ສາມາດຍອມຮັບໄດ້ (AUP)

ນະໂຍບາຍການໃຊ້ງານທີ່ສາມາດຍອມຮັບໄດ້ (AUP) ອະທີບາຍເຖິງການໃຊ້ງານທີ່ຍອມຮັບໄດ້ ແລະ ການໃຊ້ງານທີ່ຕ້ອງຫ້າມ ຂອງບໍລິການຂອງພວກເຮົາ. ໃນການໃຊ້ບໍລິການຂອງ LaoDC, ໝາຍຄວາມວ່າ ທ່ານຍິນຍອມທີ່ຈະປະຕິບັດຕາມນະໂຍບາຍນີ້. ນະໂຍບາຍ AUP ແມ່ນຖືກອອກແບບມາເພື່ອປົກປ້ອງທັງ ບໍລິສັດ LaoDC ແລະ ລູກຄ້າ, ເພື່ອຮັບປະກັນວ່າການໃຊ້ບໍລິການ ເປັນໄປຢ່າງມີຄວາມຮັບຜິດຊອບ, ຖືກຕ້ອງຕາມກົດໝາຍ ແລະ ມີຈັນຍາບັນ. ການລະເມີດນະໂຍບາຍນີ້ອາດຈະສົ່ງຜົນໃຫ້ມີການລະງັບ ຫຼື ປິດບັນຊີຂອງທ່ານ, ລວມໄປເຖິງການດໍາເນີນຄະດີ ທາງດ້ານກົດໝາຍ. ທ່ານຕ້ອງປະຕິບັດຕາມກົດໝາຍຂອງ ສປປ ລາວ ແລະ ລະບຽບການສາກົນ.

9.1) ການເຄື່ອນໄຫວຕ້ອງຫ້າມ

ການເຄື່ອນໄຫວຕ້ອງຫ້າມ, ແຕ່ບໍ່ຈໍາກັດສະເພາະການນໍາໃຊ້ບໍລິການຂອງພວກເຮົາ ປະກອບມີ:

  • ການເຄື່ອນໄຫວທີ່ຜິດກົດໝາຍ (ການສໍ້ໂກງ, ການຟອກເງິນ, ການຄ້າມະນຸດ, ສິນຄ້າຕ້ອງຫ້າມ).
  • ການເຂົ້າເຖິງໂດຍບໍ່ໄດ້ຮັບອະນຸຍາດ, ການແຮັກ, ການເຜີຍແຜ່ຊອບແວທີ່ເປັນອັນຕະລາຍ, ຫຼື ການສົ່ງສະແປມ.
  • ການລະເມີດຊັບສິນທາງປັນຍາ.

9.2) ເນື້ອຫາ & ຂໍ້ມູນ

ທ່ານມີໜ້າທີ່ຮັບຜິດຊອບຕໍ່ ຄວາມຖືກຕ້ອງທາງດ້ານກົດໝາຍ, ກຳມະສິດ, ແລະ ສິດຂອງເນື້ອຫາທີ່ທ່ານອັບໂຫລດ.

9.3) ການນໍາໃຊ້ຊັບພະຍາກອນ

ຫຼີກລ້ຽງການນໍາໃຊ້ຊັບພະຍາກອນ ໃນທາງທີ່ສົ່ງຜົນກະທົບຕໍ່ປ ະສິດທິພາບໃນການບໍລິການຂອງພວກເຮົາ.


10) ການບໍາລຸງຮັກສາ ແລະ ການຢຸດເຮັດວຽກ

10.1) ການບໍາລຸງຮັກສາຕາມກຳນົດເວລາ

ພວກເຮົາດຳເນີນການບໍາລຸງຮັກສາ ຕາມຕາຕະລາງເວລາທີ່ກຳນົດ ແລະ ຈະມີການແຈ້ງໃຫ້ທ່ານຊາບລ່ວງໜ້າ. ພວກເຮົາມີຈຸດປະສົງ ຫຼຸດຜ່ອນການລົບກວນໃຫ້ນ້ອຍທີ່ສຸດ ໂດຍຈະດໍາເນີນການບໍາລຸງຮັກສານອກເວລາຮີບດ່ວນ.

10.2) ການບໍາລຸງຮັກສາທີ່ບໍ່ໄດ້ກຳນົດເວລາ

ໃນກໍລະນີ ເກີດມີບັນຫາຮີບດ່ວນ, ພວກເຮົາອາດດຳເນີນການບໍາລຸງຮັກສາ ໂດຍທີ່ບໍ່ແຈ້ງລ່ວງໜ້າ, ແຕ່ຈະແຈ້ງໃຫ້ທ່ານຊາບໂດຍໄວທີ່ສຸດ.

10.3) ການແຈ້ງເຕືອນການຢຸດເຮັດວຽກ

ພວກເຮົາຈະແຈ້ງໃຫ້ຜູ້ໃຊ້ຊາບ ກ່ຽວກັບການຂັດຂ້ອງ ຫຼື ການຂັດຂວາງການບໍລິການຜ່ານທາງ ອີເມວ ຫຼື ຜ່ານ portal ລູກຄ້າ.


11) ການບໍລິການ ແລະ ການເຊື່ອມຕໍ່ຈາກບຸກຄົນທີສາມ

11.1) ເນື້ອຫາ ແລະ ການບໍລິການຈາກບຸກຄົນທີສາມ

ການບໍລິການຂອງພວກເຮົາອາດຈະປະກອບມີ ການເຊື່ອມຕໍ່ລິ້ງໄປຫາເວັບໄຊທ໌ຂອງບຸກຄົນທີສາມ, ການບໍລິການ, ຫຼື ຊັບພະຍາກອນທີ່ບໍ່ໄດ້ເປັນເຈົ້າຂອງ ຫຼື ຄວບຄຸມ ໂດຍບໍລິສັດ LaoDC. ລິ້ງເຊື່ອມຕໍ່ເຫຼົ່ານີ້ຖືກສະໜອງໃຫ້ ເພື່ອຄວາມສະດວກ ແລະ ໃຊ້ເປັນການອ້າງອີງຂອງທ່ານເທົ່ານັ້ນ. LaoDC ບໍ່ຮັບຜິດຊອບຕໍ່ເນື້ອຫາ, ຜະລິດຕະພັນ,ຫຼື ການບໍລິການທີ່ນໍາສະເໜີໂດຍບຸກຄົນທີສາມ, ແລະ ບໍ່ຮັບຮອງ ຫຼື ຮັບປະກັນຄວາມຖືກຕ້ອງ, ຄວາມຖືກຕ້ອງທາງດ້ານກົດໝາຍ ຫຼື ຄຸນນະພາບຂອງເນື້ອຫາເຫຼົ່ານັ້ນ.

11.2) ບໍ່ຮັບຜິດຊອບຕໍ່ເນື້ອຫາຂອງບຸກຄົນທີສາມ

LaoDC ຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍ, ການສູນເສຍ, ຫຼື ບັນຫາທີ່ເກີດຈາກການໃຊ້ງານ ຫຼື ການເຊື່ອຖືເວັບໄຊທ໌, ບໍລິການ ຫຼື ເນື້ອຫາຂອງບຸກຄົນທີສາມ. ທ່ານຮັບຮູ້ວ່າ ການບໍລິການຂອງບຸກຄົນທີສາມນັ້ນ ບໍ່ແມ່ນກໍາມະສິດ ຫຼື ຄວບຄຸມໂດຍ LaoDC ແລະ ພວກເຮົາຈະບໍ່ຮັບຮອງ ຫຼື ຮັບປະກັນຄວາມຖືກຕ້ອງ, ຖືກຕ້ອງທາງດ້ານກົດໝາຍ ຫຼື ການພ້ອມໃຊ້ງານ. ການນໍາໃຊ້ບໍລິການຂອງບຸກຄົນທີສາມນັ້ນ ແມ່ນຄວາມສ່ຽງຂອງທ່ານເອງ.

11.3) ຄວາມຮັບຜິດຊອບຂອງຜູ້ໃຊ້ງານ

ທ່ານຍິນຍອມ ທີ່ຈະໃຊ້ຄວາມລະມັດລະວັງໃນການໃຊ້ບໍລິການຂອງບຸກຄົນທີສາມ ແລະ ກວດສອບຂໍ້ກຳນົດການນໍາໃຊ້ ແລະ ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຂົາ. ບໍລິສັດ LaoDC ແນະນຳໃຫ້ທ່ານໃຊ້ວິຈາລະນະຍານ ແລະ ຄວາມຮອບຄອບຂອງທ່ານເອງ ກ່ອນທີ່ຈະໃຊ້ຜະລິດຕະພັນ ຫຼື ການບໍລິການໃດໆຂອງບຸກຄົນທີສາມ.

11.4) ບໍ່ຮັບຜິດຊອບຕໍ່ການກະທຳຂອງບຸກຄົນທີສາມ

ບໍລິສັດ LaoDC ຈະບໍ່ຮັບຜິດຊອບ ຫຼື ຮັບຜິດຊອບຕໍ່ຄວາມເສຍຫາຍ ຫຼື ການສູນເສຍທີ່ເປັນຜົນມາຈາກ ການໂຕ້ຕອບຂອງທ່ານກັບບໍລິການຂອງ ບຸກຄົນທີສາມເອງ, ລວມທັງການເຮັດທຸລະກໍາ, ການລະເມີດຂໍ້ມູນ, ຫຼື ຂໍ້ຂັດແຍ້ງ.


12) ສິດທິຊັບສິນທາງປັນຍາ

12.1) ຄວາມເປັນເຈົ້າຂອງເນື້ອຫາ

ສິດທິຊັບສິນທາງປັນຍາທັງໝົດໃນການບໍລິການ, ລວມມີເຄື່ອງໝາຍການຄ້າ, ໂລໂກ້, ຊອບແວ, ແລະ ກຳມະສິດເທັກໂນໂລຊີ, ເປັນກຳມະສິດ ຫຼື ໄດ້ຮັບການອະນຸຍາດຈາກ LaoDC ຫຼື ຜູ້ໃຫ້ສິດໃຊ້ງານ. ໃນຂໍ້ກຳນົດເຫຼົ່ານີ້ ບໍ່ໄດ້ລະບຸໃຫ້ທ່ານມີສິດຕໍ່ຊັບສິນທາງປັນຍາ ຍົກເວັ້ນຈະໄດ້ຮັບອະນຸຍາດຢ່າງຊັດເຈນ.

12.2) ເນື້ອຫາທີ່ຜູ້ໃຊ້ສ້າງຂຶ້ນ

ທ່ານຍັງຄົງເປັນເຈົ້າຂອງເນື້ອຫາ, ຂໍ້ມູນ, ຫຼືເອກະສານຕ່າງໆທີ່ທ່ານອັບໂຫຼດ, ໂພສ, ຫຼື ສົ່ງຜ່ານການບໍລິການ (“ເນື້ອຫາຂອງຜູ້ໃຊ້”). ຢ່າງໃດກໍ່ຕາມ, ໃນການສົ່ງເນື້ອຫາຂອງຜູ້ໃຊ້, ທ່ານອະນຸຍາດໃຫ້ LaoDC ນໍາໃຊ້, ຜະລິດຊໍ້າ, ດັດແປງ, ເຜີຍແຜ່, ແປ, ແຈກຢາຍ ແລະ ສະແດງເນື້ອຫາດັ່ງກ່າວໄດ້ທົ່ວໂລກ ໂດຍບໍ່ມີຄ່າລິຂະສິດ, ເພື່ອຈຸດປະສົງໃນການໃຫ້ບໍລິການ ແລະ ສົ່ງເສີມແພລດຟອມ.

12.3) ສິດໃນເນື້ອຫາຂອງບໍລີສັດ LaoDC

ເນື້ອຫາທັງໝົດທີ່ສະໜອງໃຫ້ໂດຍບໍລິສັດ LaoDC ລວມທັງເນື້ອຫາເທິງເວັບໄຊທ໌, ເອກະສານ, ສື່ການຕະຫຼາດ, ແມ່ນໄດ້ຮັບການປົກປ້ອງໂດຍກົດໝາຍດ້ານຊັບສິນທາງປັນຍາ. ທ່ານບໍ່ສາມາດຄັດລອກ, ດັດແປງ, ແຈກຢາຍ, ຫຼື ສ້າງຜົນງານທີ່ມາຈາກເນື້ອໃນຂອງ LaoDC ໄດ້ໂດຍທີ່ບໍ່ມີການຍິນຍອມເປັນລາຍລັກອັກສອນລ່ວງໜ້າ.

12.4) ການລະເມີດ ແລະ ການລາຍງານ

ຖ້າທ່ານເຊື່ອວ່າ ສິດຊັບສິນທາງປັນຍາຂອງທ່ານຖືກລະເມີດ ຫຼື ນຳໃຊ້ໃນທາງທີ່ຜິດຜ່ານບໍລິການນີ້, ກະລຸນາແຈ້ງໃຫ້ພວກເຮົາຮັບຮູ້ໂດຍໄວທີ່ສຸດ ພ້ອມລາຍລະອຽດທີ່ຄົບຖ້ວນ. ພວກເຮົາຈະກວດສອບ ແລະ ດຳເນີນການຕາມຄວາມເໝາະສົມ, ເຊິ່ງອາດຈະລວມເຖິງການລຶບເນື້ອຫາທີ່ລະເມີດ ຫຼື ການລະງັບການເຂົ້າເຖິງ.


13) ກົດໝາຍວ່າດ້ວຍການປົກຄອງ ແລະ ການແກ້ໄຂຂໍ້ຂັດແຍ່ງ

13.1) ກົດໝາຍວ່າດ້ວຍການປົກຄອງ:

ຂໍ້ກຳນົດ ແລະ ຂໍ້ຂັດແຍ່ງທັງໝົດ ແມ່ນຢູ່ພາຍໃຕ້ກົດໝາຍຂອງ ສປປ ລາວ. ລວມເຖິງບັນຫາຕ່າງໆທີ່ກ່ຽວຂ້ອງກັບ ການເກັບກຳ, ການນຳໃຊ້, ແລະ ການປະມວນຜົນຂໍ້ມູນສ່ວນຕົວ ຕາມທີ່ໄດ້ລະບຸໄວ້ໃນ ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ.

13.2) ເຂດອຳນາດສານ & ສະຖານທີ່ພິຈາລະນາຄະດີ:

ການດຳເນີນຄະດີ ຫຼື ຂໍ້ຂັດແຍ່ງທີ່ເກີດຂຶ້ນ ຫຼື ກ່ຽວຂ້ອງກັບຂໍ້ກຳນົດເຫຼົ່ານີ້, ລວມທັງບັນຫາທີ່ກ່ຽວຂ້ອງກັບຄວາມເປັນສ່ວນຕົວ, ຈະຖືກນຳມາດຳເນີນການໃນສານຂອງ ສປປ ລາວ, ຢູ່ໃນນະຄອນຫຼວງ ຫຼື ເຂດອຳນາດທີ່ກຳນົດໄວ້. ທັງສອງຝ່າຍຍິນຍອມໃຫ້ສານ ມີອຳນາດພິຈາລະນາຄະດີແຕ່ພຽງຜູ້ດຽວ.

13.3) ການຊີ້ຂາດ (ແບບທາງເລືອກ):

ຂໍ້ຂັດແຍ່ງອາດຈະໄດ້ຮັບການແກ້ໄຂໂດຍຜ່ານການຊີ້ຂາດ ຖ້າຫາກວ່າທັງສອງຝ່າຍຕົກລົງກັນເປັນລາຍລັກອັກສອນ. ການຊີ້ຂາດໃດໆທີ່ກ່ຽວຂ້ອງກັບ ເຫດການດ້ານຄວາມເປັນສ່ວນຕົວ ຈະດຳເນີນພາຍໃຕ້ກົດໝາຍຂອງ ສປປ ລາວ, ໂດຍຄໍານຶງເຖິງກົດລະບຽບດ້ານຄວາມເປັນສ່ວນຕົວທີ່ກ່ຽວຂ້ອງ.


14) ເຫດສຸດວິໄສ

ທັງສອງຝ່າຍຈະບໍ່ຮັບຜິດຊອບຕໍ່ຄວາມຜິດພາດ ຫຼື ລ່າຊ້າ ໃນການປະຕິບັດພັນທະຂອງຕົນພາຍໃຕ້ຂໍ້ກຳນົດ ໃນກໍລະນີຄວາມຜິດພາດ ຫຼື ລ່າຊ້າດັ່ງກ່າວ ເກີດຈາກເຫດການທີ່ເກີນການຄວບຄຸມຢ່າງສົມເຫດສົມຜົນດັ່ງຕໍ່ໄປນີ້:

  • ໄພພິບັດທາງທໍາມະຊາດ (ເຊັ່ນ: ແຜ່ນດິນໄຫວ, ນໍ້າຖ້ວມ, ພາຍຸ).
  • ການກະທຳສົງຄາມ, ການກໍ່ການຮ້າຍ, ຫຼື ຄວາມບໍ່ສະຫງົບໃນປະເທດ.
  • ການກະທຳຂອງລັດຖະບານ, ລວມທັງການປ່ຽນແປງກົດຫມາຍ ຫຼື ກົດລະບຽບ.
  • ການປະທ້ວງ, ການຂັດແຍ້ງດ້ານແຮງງານ, ຫຼື ການຂັດຂວາງໃນຕ່ອງໂສ້ອຸປະທານ.
  • ສັນຍານເຄືອຂ່າຍລົ້ມ, ລະບົບຂັດຂ້ອງ ຫຼື ການບໍລິການຖືກຢຸດສະງັກ.
  • ພະຍາດລະບາດ ຫຼື ພາວະສຸກເສີນດ້ານສາທາລະນະສຸກຕ່າງໆ.

ໃນກໍລະນີທີ່ເກີດເຫດການສຸດວິໄສ, ຝ່າຍທີ່ໄດ້ຮັບຜົນກະທົບຈະຕ້ອງແຈ້ງໃຫ້ຝ່າຍອື່ນຊາບໂດຍໄວທີ່ສຸດ ແລະ ພະຍາຍາມສືບຕໍ່ປະຕິບັດໜ້າທີ່ ໃຫ້ໄວທີ່ສຸດເທົ່າທີ່ສະຖານະການເອື້ອອໍານວຍ. ຖ້າເຫດສຸດວິໄສ ສືບຕໍ່ເປັນເວລາຫຼາຍກວ່າ 30 ວັນ, ຝ່າຍໃດຝ່າຍໜຶ່ງອາດມີສິດຍົກເລີກບໍລິການ ຫຼື ສັນຍາມີຜົນກະທົບ ໂດຍທີ່ບໍ່ຕ້ອງຮັບຜິດຊອບໃດໆ.


15) ການປິດບັນຊີ ແລະ ການລຶບຂໍ້ມູນ

15.1) ການຢຸດຕິໂດຍບໍລິສັດ LaoDC

LaoDC ຂໍສະຫງວນສິດທີ່ຈະລະງັບ ຫຼື ປິດບັນຊີຂອງທ່ານໄດ້ທຸກເວລາ, ໂດຍມີ ຫຼື ບໍ່ມີການແຈ້ງເຕືອນ, ຖ້າພົບເຫັນທ່ານລະເມີດຂໍ້ກຳນົດ, ມີສ່ວນຮ່ວມໃນການເຄື່ອນໄຫວທີ່ຕ້ອງຫ້າມ, ຫຼື ດ້ວຍເຫດຜົນທາງດ້ານກົດໝາຍຕ່າງໆ. ພາຍຫຼັງການຢຸດຕິ, LaoDC ຈະປິດການເຂົ້າເຖິງບໍລິການຂອງທ່ານ ແລະ ລຶບ ຫຼື ປິດບັງຂໍ້ມູນຂອງທ່ານຕາມກົດໝາຍ ແລະ ນະໂຍບາຍທີ່ກ່ຽວຂ້ອງ.

15.2) ການຢຸດຕິຂອງຜູ້ໃຊ້ເລີ່ມຕົ້ນ

ທ່ານສາມາດສົ່ງຄໍາຮ້ອງຂໍໃຫ້ຢຸດຕິບັນຊີຂອງທ່ານໄດ້ຕະຫຼອດເວລາ ໂດຍຜ່ານຊ່ອງທາງຊັບພອດຂອງພວກເຮົາ. ເມື່ອຍົກເລີກບັນຊີແລ້ວ, ການເຂົ້າເຖິງບໍລິການຂອງທ່ານຈະຖືກຖອນອອກ, ແລະ ພວກເຮົາຈະລຶບ ຫຼື ປິດບັງຂໍ້ມູນຂອງທ່ານ ຕາມນະໂຍບາຍການເກັບຮັກສາຂໍ້ມູນຂອງພວກເຮົາ, ເວັ້ນເສຍແຕ່ຕ້ອງການຮັກສາຂໍ້ມູນຕາມກົດໝາຍ.

15.3) ການລຶບ ແລະ ການເກັບຮັກສາຂໍ້ມູນ

ຫຼັງຈາກປິດບັນຊີແລ້ວ, LaoDC ຈະລຶບຂໍ້ມູນ ແລະ ເນື້ອຫາສ່ວນຕົວທີ່ເກັບໄວ້ໃນເຊີບເວີຂອງພວກເຮົາຢ່າງສົມເຫດສົມຜົນ. ເຖິງຢ່າງໃດກໍ່ຕາມ, ຂໍ້ມູນບາງຢ່າງອາດຈະຖືກເກັບຮັກສາໄວ້ດ້ວຍເຫດຜົນທາງດ້ານກົດໝາຍ, ກົດລະບຽບ ຫຼື ຈຸດປະສົງທຸລະກິດດ້ານກົດໝາຍ, ເຊັ່ນ: ການແກ້ໄຂບັນຫາຂໍ້ຂັດແຍ່ງ ຫຼື ການປ້ອງກັນການສໍ້ໂກງ, ອີງຕາມນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ. ການຍົກເລີກອີງຕາມຄວາມຮຸນແຮງ (ເຊັ່ນ: ຖ້າການຍົກເລີກກ່ຽວຂ້ອງກັບການລະເມີດຂໍ້ກໍານົດຂອງພວກເຮົາ ຫຼື ກ່ຽວຂ້ອງກັບການບັງຄັບໃຊ້ກົດຫມາຍ), ອາດເຮັດໃຫ້ຈະບໍ່ສາມາດກູ້ຂໍ້ມູນຄືນໄດ້, ລວມເຖິງການສໍາຮອງຂໍ້ມູນ, ຫລັງຈາກການຍົກເລີກບັນຊີ. ໃນກໍລະນີທີ່ບໍ່ຮ້າຍແຮງຫລາຍ, ບໍ່ກ່ຽວຂ້ອງກັບການບັງຄັບໃຊ້ກົດຫມາຍ, ໂດຍທົ່ວໄປ ທ່ານມີເວລາຫນຶ່ງອາທິດເພື່ອດຶງຂໍ້ມູນຂອງທ່ານຈາກລະບົບ ກ່ອນທີ່ຈະຖືກລຶບ ຫຼື ບໍ່ເປີດເຜີຍຊື່ຢ່າງຖາວອນ.

15.4) ຜົນກະທົບຂອງການຢຸດຕິບັນຊີ

ການຢຸດຕິບັນຊີຂອງທ່ານຈະບໍ່ເຮັດໃຫ້ທ່ານຫຼີກລ້ຽງຈາກພັນທະ ຫຼື ໜີ້ຄ້າງຈ່າຍໃດໆ ທີ່ເກີດຂຶ້ນກ່ອນການຢຸດຕິ. ທ່ານຕ້ອງຊໍາລະຄ່າບໍລິການ ຫຼື ຄ່າທໍານຽມຄ້າງຈ່າຍຕ່າງໆໃຫ້ຮຽບຮ້ອຍ, ແລະ ໃບອະນຸຍາດ ຫຼື ພັນທະໃດໆທີ່ມອບໃຫ້ທ່ານຈະສິ້ນສຸດລົງທັນທີ.

15.5) ການເຂົ້າເຖິງຂໍ້ມູນຫຼັງການຢຸດຕິ

ພາຍຫຼັງ​ການ​ຢຸດຕິບັນ​ຊີ​, ທ່ານ​ສາມາດສົ່ງຄໍາ​ຮ້ອງ​ຂໍ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ຂອງ​ທ່ານ​ພາຍ​ໃນ​ໄລ​ຍະ​ເວ​ລາ​ຫນຶ່ງ​ອາ​ທິດ​ທີ່​ກໍາ​ນົດ​ໄວ້​, ຫຼັງຈາກນັ້ນຈະມີ​ການ​ກວດ​ສອບ. ຖ້າການຢຸດຕິ ມີຜົນມາຈາກບັນຫາທາງດ້ານກົດຫມາຍ ຫຼື ກ່ຽວຂ້ອງກັບໜ່ວຍງານກົດຫມາຍ, ການເຂົ້າເຖິງຂໍ້ມູນອາດຈະຖືກຈໍາກັດ ຫຼື ບໍ່ສາມາດໃຊ້ງານໄດ້ອີງຕາມກົດຫມາຍທີ່ກ່ຽວຂ້ອງ. ພວກເຮົາຂໍສະຫງວນສິດ ທີ່ຈະຮັກສາສໍາເນົາຂໍ້ມູນຂອງທ່ານໃນເວລາຈໍາກັດ ດ້ວຍເຫດຜົນທາງດ້ານກົດຫມາຍ ຫຼື ການດໍາເນີນງານ.


16) ຂັ້ນຕອນການໃຫ້ຄວາມຊ່ວຍເຫຼືອລູກຄ້າ ແລະ ການຍົກລະດັບບັນຫາ

16.1) ຊ່ອງທາງການໃຫ້ຄວາມຊ່ວຍເຫຼືອ

LaoDC ໃຫ້ບໍລິການລູກຄ້າຜ່ານລະບົບແຈ້ງບັນຫາທາງການເປັນຫຼັກ ໂດຍລູກຄ້າສາມາດສົ່ງຄໍາຮ້ອງຂໍຄວາມຊ່ວຍເຫຼືອ, ສອບຖາມ ຫຼື ລາຍງານບັນຫາ ດ້ວຍການສ້າງບັດຜ່ານຊ່ອງທາງຄວາມຊ່ວຍເຫຼືອຂອງພວກເຮົາ. ນອກຈາກນີ້, ຍັງສາມາດສົ່ງຄໍາຮ້ອງຂໍຄວາມຊ່ວຍເຫຼືອຜ່ານທາງອີເມວ ຫຼື ຊ່ອງທາງການສື່ສານອື່ນໆ ຕາມທີ່ລະບຸໄວ້ໃນເວັບໄຊທ໌ຂອງພວກເຮົາ.

16.2) ເວລາໃນການຕອບກັບ

ພວກເຮົາມີຄວາມຕັ້ງໃຈທີ່ ຈະຕອບກັບຄໍາຮ້ອງຂໍຊ່ວຍເຫຼືອໃຫ້ໄວທີ່ສຸດ, ໂດຍປົກະຕິເວລາການຕອບກັບຈະປະຕິບັດດັ່ງຕໍ່ໄປນີ້:

  • ການຕອບກັບເບື້ອງຕົ້ນ: ພາຍໃນ 24 ຊົ່ວໂມງໃນວັດລັດຖະການ.
  • ການແກ້ໄຂບັນຫາ: ໄລຍະເວລາຈະແຕກຕ່າງກັນ ຂຶ້ນກັບຄວາມຊັບຊ້ອນຂອງບັນຫາ, ແຕ່ຈະແຈ້ງໃຫ້ທ່ານຊາບເຖິງຄວາມຄືບໜ້າ ແລະ ໄລຍະເວລາໃນການແກ້ໄຂບັນຫາໂດຍປະມານ.
    ກະລຸນາຮັບຊາບວ່າ ເວລາການຕອບຮັບການຊ່ວຍເຫຼືອອາດຈະໃຊ້ເວລາດົນໃນຊ່ວງທ້າຍອາທິດ, ວັນພັກຜ່ອນ, ຫຼື ຊ່ວງເວລາທີ່ມີຜູ້ໃຊ້ງານຈໍານວນຫຼາຍ.

16.3) ການຈັດການ ແລະ ການຕິດຕາມບັດ

ການຮ້ອງຂໍຊ່ວຍເຫຼືອທັງຫມົດ ຈະໄດ້ຮັບການຈັດການຜ່ານລະບົບອອກບັດ ເຊິ່ງເຮັດໃຫ້ລູກຄ້າສາມາດຕິດຕາມສະຖານະ ການສອບຖາມ, ເບິ່ງການອັບເດດ ແລະ ຕິດຕໍ່ກັບທີມງານຊ່ວຍເຫຼືອຂອງເຮົາໄດ້ໂດຍກົງ. ໂດຍໃຫ້ທ່ານແນບຂໍ້ມູນລະອຽດ ແລະ ຮູບພາບບັນທຶກໜ້າຈໍທີ່ກ່ຽວຂ້ອງ ເພື່ອຄວາມສະດວກໃນການແກ້ໄຂບັນຫາໃຫ້ເປັນໄປຢ່າງມີປະສິດທິພາບ.

16.4) ຂັ້ນຕອນການຍົກລະດັບ

ຖ້າບັນຫາຂອງທ່ານບໍ່ໄດ້ຮັບການແກ້ໄຂພາຍໃນໄລຍະເວລາທີ່ເຫມາະສົມ ຫຼື ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອໃນລະດັບທີ່ສູງຂຶ້ນ, ທ່ານສາມາດສົ່ງຄໍາຮ້ອງຂໍໃຫ້ມີການປັບປຸງ ໂດຍການຕອບຄືນບັດຂໍຄວາມຊ່ວຍເຫລືອຂອງທ່ານທີ່ມີຢູ່ແລ້ວ ຫຼື ສົ່ງໃຫມ່ບ່ອນທີ່ມີເຄື່ອງຫມາຍ "Escalation." ທີມງານຊ່ວຍເຫຼືອຈະກວດຄືນຄໍາຮ້ອງຂໍ ແລະ ຈະປະສານງານກັບທີມອາວຸໂສ ຫຼື ທີມງານວິຊາການສະເພາະຕາມຄວາມຈໍາເປັນ.

16.5) ລະດັບຂອງບູລິມະສິດ

ບັດຂໍຄວາມຊ່ວຍເຫຼືອ ຈະຖືກຈັດຕາມລະດັບຄວາມສໍາຄັນດັ່ງຕໍ່ໄປນີ້:

  • ບູລິມະສິດຕໍ່າ: ຄໍາຮ້ອງຂໍທົ່ວໄປ ຫຼື ບັນຫາທີ່ບໍ່ຮີບດ່ວນ.
  • ບູລິມະສິດປານກາງ: ການຢຸດສະງັກຂອງບໍລິການທີ່ສົ່ງຜົນກະທົບຕໍ່ ບໍລິການ ຫຼື ຜູ້ໃຊ້ ຈໍານວນຈໍາກັດ.
  • ບູລິມະສິດສູງ: ບັນຫາສໍາຄັນທີ່ສົ່ງຜົນໃຫ້ເກີດການຢຸດສະງັກຂອງການບໍລິການໃນວົງກວ້າງ ຫຼື ຄວາມກັງວົນທາງດ້ານຄວາມປອດໄພ.
    ເວລາຕອບສະຫນອງ ແລະ ແກ້ໄຂບັນຫາ ອາດຈະແຕກຕ່າງກັນໂດຍອີງໃສ່ລະດັບບູລິມະສິດທີ່ໄດ້ຮັບ.

16.6) ຄໍາຕິຊົມ ແລະ ການປັບປຸງຢ່າງຕໍ່ເນື່ອງ

ພວກເຮົາໃຫ້ຄວາມສໍາຄັນກັບຄໍາຕິຊົມຂອງທ່ານ ໃນການໃຫ້ບໍລິການຊ່ວຍເຫຼືອຂອງພວກເຮົາ. ກະລຸນາໃຊ້ລະບົບບັດເພື່ອສະແດງຄວາມຄິດເຫັນ ຫຼື ຄໍາແນະນໍາໃນການປັບປຸງປະສົບການ ການໃຫ້ຄວາມຊ່ວຍເຫຼືອຂອງເຮົາ.


17) ມາດຕະການຄວາມປອດໄພ ແລະ ຄວາມຮັບຜິດຊອບຂອງຜູ້ໃຊ້ງານ

17.1) ມາດຕະການຄວາມປອດໄພຂອງ LaoDC

ບໍລິສັດ LaoDC ໃຊ້ມາດຕະການຄວາມປອດໄພທີ່ເໝາະສົມ ເພື່ອປົກປ້ອງຂໍ້ມູນຂອງລູກຄ້າ ແລະ ຄວາມສົມບູນຂອງບໍລິການ ລວມເຖິງການຮັກສາຄວາມປອດໄພທາງດ້ານກາຍະພາບ, ຄວາມປອດໄພເຄືອຂ່າຍ, ແລະ ການຄວບຄຸມການເຂົ້າເຖິງ. ຢ່າງໃດກໍ່ຕາມ,ບໍ່ມີລະບົບໃດທີ່ຈະປອດໄພໄດ້ຢ່າງສົມບູນ ແລະ ພວກເຮົາກໍ່ບໍ່ສາມາດຮັບປະກັນຄວາມປອດໄພ ຈາກໄພຄຸກຄາມທັງໝົດໄດ້.

17.2) ຄວາມຮັບຜິດຊອບຂອງຜູ້ໃຊ້ງານ

ທ່ານມີຫນ້າທີ່ຮັບຜິດຊອບໃນການຮັກສາຄວາມລັບຂໍ້ມູນບັນຊີຂອງທ່ານເອງ, ລວມທັງຊື່ຜູ້ໃຊ້, ລະຫັດຜ່ານ, ແລະ ລະຫັດຢືນຢັນຕົວຕົນສອງຂັ້ນຂອງທ່ານ. ທ່ານຕົກລົງທີ່ຈະ:

  • ໃຊ້ລະຫັດຜ່ານທີ່ປອດໄພ, ບໍ່ຊໍ້າກັນ, ແລະ ອັບເດດລະຫັດໃໝ່ເປັນປະຈໍາ.
  • ບໍ່ແບ່ງປັນຂໍ້ມູນການເຂົ້າສູ່ລະບົບຂອງທ່ານໃຫ້ກັບຜູ້ອື່ນ.
  • ແຈ້ງ​ໃຫ້​ພວກ​ເຮົາຊາບ​ທັນ​ທີ ​ຖ້າ​ຫາກ​​ສົງ​ໃສ​ວ່າມີ​ການ​ເຂົ້າລະບົບ​ ທີ່​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ ​ຫຼື ​ລະ​ເມີດ​ຄວາມ​ປອດ​ໄພ​ທີ່​ກ່ຽວ​ຂ້ອງ​ກັບ​ບັນ​ຊີ​ຂອງ​ທ່ານ​.
  • ເປີດໃຊ້ມາດຕະການຮັກສາຄວາມປອດໄພຂອງຕົນເອງເຊັ່ນ ການເປີດໃຊ້ງານການກວດສອບສິດແບບສອງຂັ້້ນຕອນ (2FA) ຖ້າມີ.
    ອັບເດດອຸປະກອນ ແລະ ຊອບແວຂອງທ່ານດ້ວຍລະບົບຄວາມປອດໄພລ່າສຸດຢູ່ສະເໝີ.

17.3) ການກະທໍາທີ່ຕ້ອງຫ້າມ

ທ່ານຕ້ອງບໍ່ພະຍາຍາມຂ້າມ ຫຼື ຮຸກຮານມາດຕະການຄວາມປອດໄພຂອງພວກເຮົາ, ການເຂົ້າເຖິງຂໍ້ມູນທີ່ບໍ່ໄດ້ຮັບອະນຸຍາດ, ຫຼື ແຊກແຊງການເຮັດວຽກທີຖືກຕ້ອງຂອງບໍລິການ. ການກະທຳດັ່ງກ່າວອາດຈະສົ່ງຜົນໃຫ້ມີການລະງັບ ຫຼື ຢຸດຕິບັນຊີຂອງທ່ານ ແລະ ອາດຖືກດໍາເນີນຄະດີທາງກົດຫມາຍ.

17.4) ລາຍງານເຫດການຄວາມປອດໄພ

ທ່ານຕົກລົງທີ່ຈະລາຍງານຄວາມອ່ອນແອດ້ານຄວາມປອດໄພ, ການລະເມີດ ຫຼື ການເຄື່ອນໄຫວທີ່ໜ້າສົງໄສໃດໆ ໃຫ້ແກ່ຝ່າຍຊ່ວຍເຫຼືອຂອງບໍລິສັດ LaoDC ຮັບຊາບໂດຍທັນທີ. ພວກເຮົາຈະກວດສອບ ແລະ ຕອບສະໜອງ ຢ່າງເຫມາະສົມຕໍ່ລາຍງານດັ່ງກ່າວ.

17.5) ການສຳຮອງ ແລະ ກູ້ຄືນຂໍ້ມູນ

ເຖິງແມ່ນວ່າ ບໍລິສັດ LaoDC ຈະສຳຮອງຂໍ້ມູນລະບົບເປັນປະຈໍາ, ແຕ່ທ່ານຍັງຄົງມີໜ້າທີ່ຮັບຜິດຊອບ ໃນການສໍາຮອງຂໍ້ມູນສຳຄັນຂອງທ່ານເອງ. LaoDC ຈະບໍ່ຮັບຜິດຊອບຕໍ່ການສູນເສຍ ຫຼື ຄວາມເສຍຫາຍຂອງຂໍ້ມູນໃດໆ ທີ່ເກີດມາຈາກການລະເມີດ ຫຼື ລົ້ມເຫລວທາງດ້ານຄວາມປອດໄພ.


ອື່ນໆ

ແຈ້ງການທາງດ້ານກົດໝາຍ ແລະ ນະໂຍບາຍເພີ່ມເຕີມ

  • ການໃຊ້ງານຢ່າງມີຄວາມຮັບຜິດຊອບ ແລະ ປະຕິບັດຕາມກົດໝາຍ: ເມື່ອໃຊ້ບໍລິການຂອງພວກເຮົາ ທ່ານຕ້ອງປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງທັງໃນ ສປປ ລາວ ແລະ ໃນລະດັບສາກົນ.
  • ຄວາມເປັນສ່ວນຕົວຂອງຂໍ້ມູນ: ນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາ ອະທິບາຍເຖິງວິທີການຈັດການກັບຂໍ້ມູນຂອງທ່ານ.
  • ຂໍ້ຈໍາກັດຂອງຄວາມຮັບຜິດຊອບ: ພາຍໃນຂອບເຂດສູງສຸດທີ່ກົດໝາຍອະນຸຍາດ, LaoDC ຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທາງອ້ອມ, ຄວາມເສຍຫາຍທີ່ເກີດຂຶ້ນໂດຍບັງເອີນ, ຫຼື ຜົນກະທົບທີ່ຕາມມາ.
  • ການຕິດຕໍ່ & ການຊ່ວຍເຫຼືອ: ສໍາລັບຄໍາຖາມ, ຂໍ້ຂັດແຍ່ງ, ຫຼື ການຊ່ວຍເຫຼືອ, ກະລຸນາຕິດຕໍ່ຜ່ານຊ່ອງທາງການຊ່ວຍເຫຼືອຂອງພວກເຮົາ.

End of Terms


Please review our Privacy Policy and other policies posted on our website for additional information.